ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອບິນ​ບໍ່ມີ​ຄົນ​ຂັບ​ລຸ້ນ​ຫຼ້າ​ສຸດ​ຂອງ​ອີ​ຣານ

     ສຳນັກ​ຂ່າວ ເຈນ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 15 ທັນວາ 2023 ນີ້​ວ່າ: ກອງທັບ​ອິດ​ສະ​ລາມ ອີ​ຣານ ​ເປັນ​ອີກ​ໜຶ່ງ​ກອງທັບ
ທີ່​ມີ​ແສນ​ຍານ​ນຸ​ພາບ​ທາງ​ການ​ທະຫານ​ເປັນ​ອັນ​ດັບ​ຕົ້ນໆ​ຂອງ​ໂລກ, ໂດຍ​ສະເພາະ​ແມ່ນ​ກອງທັບ​ອາກາດ​ອີ​ຣານ ທີ່​ຍາມ​ໃດ
​ກໍ​ໄດ້​ພັດທະນາ​ເຮືອ​ບິ​​ນ​ສູ້​ຮົບ​ໃນ​ຮູບ​ແບບ​ທີ່​ມີ​ຄົນ​ຂັບ ແລະ ບໍ່​ມີ​ຄົນ​ຂັບ, ເຊິ່ງ​ໃນ​ປັດຈຸບັນ​ນີ້​ມີ​ເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ທີ່​ປະ
ຈຳການ​ໃນ​ກອງທັບ​ແລ້ວ​ປະມານ 33 ລຸ້ນ,​ ໜຶ່ງ​ໃນ​ນັ້ນ​ກໍ​ຄື Kaman 22 ເຊິ່ງ​ເປັນ​ເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ຫຼ້າ​ສຸດ​ທີ່
ອີ​ຣານ​ ນຳ​ເຂົ້າ​ປະຈຳການ ແລະ ໄດ້​ມີ​ການ​ທົດ​ລອງ​ປະສິດທິພາບ​ຂອງ​ອາວຸດ ແລະ ຂີດ​ຄວາມ​ສາມາດ​ຕ່າງໆ​ແລ້ວ​ຫຼາຍ​ຄັ້ງ.

     ສຳລັບ​ເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ Kaman 22 ນີ້ ຖືກ​ອອກ​ແບບ​ເມື່ອ​ປີ 2016-2017, ສຳເລັດ​ການ​ຜະລິດ ແລະ
ທົດ​ລອງ​ໃນ​ປີ 2021, ຈາກ​ນັ້ນ, ຖືກ​ນຳ​ເຂົ້າ​ປະຈຳການ​ໃນ​ກອງທັບ​ໂດຣນ​ໃນ​ປີ 2022. ເຮືອບິນ​ດັ່ງກ່າວ​ມີ​ນ້ຳໜັກ​ປະມານ
3 ໂຕນ, ໂຈມ​ຕີ​ໃນ​ໄລຍະ​ໄກ​ສຸດ 300 ກິໂລແມັດ, ບິນ​ສູງ​ຈາກ​ໜ້າດິນ​ໄດ້​ປະມານ 24 ກິໂລແມັດ, ສາມາດ​ຕິດ​ຕັ້ງ​ລູກ​ສອນ​
ໄຟ​ພິ​ໄສ​ໃກ້ ແລະ ກາງ​ໄດ້, ມີ​ປະສິດທິພາບ​ສູງ​ໃນ​ການ​ໂຈມ​ຕີ ແລະ ທຳລາຍ​ລ້າງ​ເປົ້າ​ໝາຍ​ສູງ, ທີ່​ສຳຄັນ​ມັນ​ສາມາດ​ລົບ​ຫຼີກ​
ຄື້ນ​ຣາ​ດາ​ກວດ​ຈັບ​ຂອງ​ຝ່າຍ​ກົງກັນຂ້າມ​ໄດ້. ນອກຈາກ​ນີ້, ຮູບຊົງ​ຂອງ​ມັນ​ຈະ​ແຕກ​ຕ່າງ​ຈາກ​ເຮືອບິນ​ລຸ້ນ​ຜ່ານໆ​ມາ ເຊິ່ງ​ມັນ​ຈະ
​ມີ​ລະບົບ​ການ​ຄວບ​ຄຸມ ແລະ ການ​ຄຳນວນ​ຄ່າ​ຕ່າງໆ​ ໃນ​ການ​ໂຈມ​ຕີ​ເປົ້າ​ແບບ​ອັດຕະໂນມັດແລ້ວ​ສົ່ງ​ໄປ​ຍັງ​ສູນ​ບັນຊາ​ການ ເພື່ອ
​ລໍ້​ຄຳ​ສັ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2023